ມາດຕະຖານການລາຍງານການເງິນໃນ ສປປ ລາວ
ວິສາຫະກິດໃນລາວ ຕ້ອງໄດ້ກະກຽມບົດລາຍງານການເງິນໃຫ້ສອດຄ່ອງກັບມາດຕະຖານ ການລາຍງານການເງິນ ຕາມທີ່ໄດ້ກຳນົດໄວ້ໃນ ຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການບັນຊີ ເລກທີ່ 531/ກງ, ລົງວັນທີ່ 26 ກຸມພາ2016.
ອົງການລັດຕ້ອງໄດ້ລາຍງານໂດຍສອດຄອງກັບ ມາດຕະຖານສາກົນດ້ານການບັນຊີແຫ່ງລັດຕາມພື້ນຖານເງິນສົດ, ບົດລາຍງານແບບບັນຊີເງິນສົດ ເພື່ອກະກຽມໃນການກ້າວໄປເຖີງການນຳໃຊ້ ມາດຕະຖານສາກົນດ້ານການບັນຊີແຫ່ງລັດຕາມພື້ນຖານຄ້າງຮັບຄ້າງຈ່າຍ, ຂໍ້ຕົກລົງ ວ່າດ້ວຍການການນຳໃຊ້ມາດຕະຖານສາກົນດ້ານການບັນຊີ ແຫ່ງລັດຕາມພື້ນຖານເງິນສົດ, ສະບັບເລັກທີ່ 529/ກງ, ລົງວັນທີ່ 26 ກຸມພາ 2016.